ກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ ເພື່ອກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VIII ຄະພັກຮາກຖານ ວິທະຍາໄລຄູປາກເຊ

ກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ ເພື່ອກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VIII ຄະພັກຮາກຖານ ວິທະຍາໄລຄູປາກເຊ, ແຂວງຈໍາປາສັກ, ຄັ້ງວັນທີ 27 ທັນວາ 2024.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຂອງວິທະຍາໄລຄູປາກເຊ ເວລາ 8:00 ຂອງວັນທີ 27 ທັນວາ 2024. ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ສະນັ່ນ ສີພາພົມມະຈັນ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ພອນໄຊ ເກດມາລາ ຮອງຄະນະຈັດຕັ້ງແຂວງ ຈໍາປາສັກ, ທ່ານ ປອ ສົມໄຊ ເທບສົມບັດ ເລຂາຄະນະພັກຮາກຖານວິທະຍາໄລຄູປາກເຊ.
ນອກຈາກນັ້ນ, ຍັງມີບັນດາສະຫາຍສະມາຊິກພັກຮາກຖານວິທະຍາໄລຄູປາກເຊເຂົ້າຮ່ວມຢ່າງພ້ອມພຽງ.

Leave a Comment

Your email address will not be published. Required fields are marked *

Scroll to Top