ໃນລະຫວ່າງວັນທີ 13-23 ມັງກອນ 2025 ທີ່ຜ່ານມາ ຄູອາຈານຈຳນວນ 7 ທ່ານ ຂອງວິທະຍາໄລຄູປາກເຊໄດ້ເຂົ້າຮ່ວມຝຶກອົບຮົມທີ່ UBON RATCHATHANI RAJABHAT UNIVERSITY ພາຍໃຕ້ຫົວຂໍ້ Short-term Professional and Cultural Programmes ເຊິ່ງມີ 3 ພາກສ່ວນເຂົ້າຮ່ວມໄດ້ແກ່ ມະຫາວິທະຍາໄລກວາງນາມ ວິທະຍາໄລເວ້ການທ່ອງທ່ຽວ ແລະ ວິທະຍາໄລຄູປາກເຊ ໂດຍໂຄງການດັ່ງກ່າວເປັນການພັດທະນາຄວາມຮ່ວມມືດ້ານວັດທະນະທຳແລະໂຄງການຝຶກອົບຮົມດ້ານວິຊາຊີບ ທີ່ທາງ UBON RATCHATHANI RAJABHAT UNIVERSITY ໄດ້ຈັດຂຶ້້ນ ເພື່ອເປັນການສານຕໍ່ຄວາມຮ່ວມມື ແລະ ຊ່ວຍພັດທະນາບຸກຄະລາກອນຂອງວິທະຍາໄລຄູປາກເຊ ຕາມບົດບັນທຶກຄວາມມື.