ພິທີໄດ້ຈັດຂຶ້ນທີ່ສະໂມສອນ ວິທະຍາໄລຄູປາກເຊ ໃຫ້ກຽດເປັນປະທານ ຂອງທ່ານ ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມຄະນະ ມີທ່ານ ຫົວໜ້າພະແນກ ພາກວິຊາ ຄູອາຈານເຂົ້າຮ່ວມ
ພິທີໄດ້ຜ່ານຂໍ້ຕົກລົງ ອອກພັກການຮັບອຸດໜຸນບຳນານ ຂອງທ່ານ ອາຈານ ໜູຈຽມ ຂຸນວິໄຊ ທີ່ໄດ້ສຳເລັດພາລະກິດ ຮັບໃຊ້ວຽກງານຕາມການມອບໝາຍຂອງພັກ-ລັດ ໃນການປະກອບສ່ວນຮັບໃຊ້ວຽກງານການສຶກສາຢ່າງຕັ້ງໜ້າ ເປັນບຸກຄະລະກອນຜູ້ສຳຄັນທີ່ທຸ້ມເທ ເຫື່ອແຮງ ສະຕິປັນຍາ ເຮັດວຽກງານໃນການກໍ່ສ້າງບຸກຄະລາກອນຄູ ຂອງວິທະຍາໄລຄູປາກເຊ ກໍ່ຄືວຽກງານສ້າງຄູທີພັກ-ລັດວຽກອອກ
ຕໍ່ມາທ່ານປະທານໄດ້ມອບຂໍ້ຕົກລົງວ່າດ້ວຍການອອກພັກການຮັບອຸດໜຸນບຳນານໃຫ້ແກ່ພະນັກງານທີ່ເຂົ້າຮັບບຳນານ ຫຼັງຈາກນັ້ນ ທາງພະແນກ ພາກວິຊາ ອົງການຈັດຕັ້ງມະຫາຊົນ ໄດ້ມອບຂອງຂວັນເພື່ອເປັນທີ່ລະນຶກເຖິງຄຸນງາມຄວາມດີຂອງທ່ານ
ໃນຕອນທ້າຍທ່ານປະທານໄດ້ມີຄຳເຫັນຕໍ່ກັບພິທີ ເຊິ່ງທ່ານໄດ້ຍ້ອງຍໍຜົນງານຂອງພະນັກງານບຳນານທີ່ໄດ້ທຸ້ມເທກັບວຽກງານ ແລະ ຜົນງານຂອງທ່ານທີ່ໄດ້ສ້າງມາ ເຊິ່ງຈະເປັນບົດຮຽນໃຫ້ແກ່ພະນັກງານຮຸ່ນສືບທອດໄປ




