ພິທີໄດ້ຮັບກຽດເປັນປະທານຂອງທ່ານ ວົງເດືອນ ໂອໃສ ວ່າການຫົວໜ້າກົມສ້າງຄູ ພ້ອມດ້ວຍ ທ່ານ Yoshihiro TANI Resident Supervisor ທ່ານ ສີທອງ ສີຂາວ ວ່າການ ຫົວໜ້າກົມແຜນການ ທ່ານ ຄຳໃບ ສໍສີສຸລະພົນ ຮອງຫົວໜ້າກົມການເງິນ ທ່ານ ພອນໄຊ ສຸດທິພົງ ບໍລິສັດ Design Group Co.Ltd ທ່ານ ສົມໄຊ ເທບສົມບັດຜູ້ອຳນວຍການວິທະຍາໄລຄູປາກເຊພ້ອມຄະນະ ທ່ານຜູ້ອຳນວຍການມັດທະຍົມ ແລະ ປະຖົມສາທິດ ທ່ານ ຫົວໜ້າພະແນກ ພາກວິຊາ ພ້ອມດ້ວຍຄູອາຈານ ແລະ ນັກຮຽນມັດທະຍົມ ແລະ ປະຖົມສາທິດ


ພິທີໄດ້ຮັບໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະນຳຂອງວິທະຍາໄລຄູປາກເຊ ຄູອາຈານມັດທະຍົມສາທິດ ແລະ ນ້ອງນັກຮຽນ ພິທີໄດ້ຟັງການລາຍງານສະພາບການເຄື່ອນໄຫວການກໍ່ສ້າງໂດຍ ທ່ານ ພອນໄຊ ສຸດທິພົງ ພ້ອມທັງມອບອຸປະກອນກິລາ ມູນຄ່າ 15 ລ້ານກີບໃຫ້ແກ່ ມັດທະຍົມ ແລະ ປະຖົມສາທິດອີກດ້ວຍ ຈາກນັ້ນກໍ່ໄດ້ຮັບຟັງການກ່າວຂອງທ່ານນາງ ວົງເດືອນ ໂອໃສ ທີ່ໄດ້ກ່າວຂອງສະແດງຄວາມຂອບໃຈ ແລະ ຕໍ່ກັບຜູ້ໃຫ້ທຶນການກໍ່ສ້າງ ແລະ ມອບໃບກຽດຕິຄຸນ ແລະ ຂອງທີ່ລະນຶກ ໃຫ້ແກ່ຜູ້ຮັບຜິດຊອບໂຄງການ ຫຼັງຈາກນັ້ນພິທີໄດ້ມີການມອບຮັບໂຮງຮຽນຫຼັງໃໝ່ຈາກໂຄງການ ແລະ ຕໍ່ມາກໍ່ໄດ້ເຂົ້າສູ່ພິທີບາສີສູ່ຂວັນຕາມປະເພນີ.



