ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ມອບ-ຮັບປະກາສະນີບັດໃຫ້ແກ່ຜູ້ສຳເລັດການສຶກສາ ປະຈຳປີ 2023-2024

ພິທີໄດ້ຈັັດຂຶ້ນໃນວັນທີ 4 ຕຸລາ 2024 ທີ່ ວິທະຍາໄລຄູປາກເຊ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍທ່ານຄະນະອຳນວຍການ ພະນັກງານບຳນານ ຫົວໜ້າພາກວິຊາ ພະແນກ ຜູ້ອຳນວຍການ ມັດທະຍົມ ປະຖົມ ອະນຸບານ ສາທິດ ຄູອາຈານ ທັງໝົດ ພ້ອມດ້ວຍນັກສຶກສາທີ່ຈົບໃນສົກຮຽນ 2023-2024 ແລະ ນັກສຶກສາເຂົ້າຮ່ວມ
ພິທີໄດ້ດຳເນີນດ້ວຍ 2 ວາລະທີ່ສຳຄັນດັ່ງນີ້
ວາລະທີ 1 ພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ພິທີໄດ້ຜ່ານ ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ໂດຍການນຳສະເໜີຂອງທ່ານ ສຸລິຈັນ ທຳມະວົງແສງ ຮອງຜູ້ອຳນວຍການ ທີ່ໄດ້ນຳສະເໜີເນື້ອໃນທີ່ສຳຄັນຂອງປະຫວັດຄວາມ ທຸ້ມເທພະຍາຍາມຂອງຄູ ໃນຂະບວນວິວັດ ການກໍ່ສ້າງຊັບພະຍາກອນມະນຸດ ການມີສ່ວນຮ່ວມໃນພາລະກິດຕໍ່ສູ້ ແລະ ການສ້າງສາປະເທດຊາດຂອງຄູ ຈົນໄດ້ມີວັນປະຫວັດສາດທີ່ສຳຄັນລະນຶກເຖິງຄູ 7 ຕຸລາ ພ້ອມນັ້ນພິທີ ໄດ້ຮັບຟັງການອ່ານສານອວຍພອນວັນຄູຂອງນ້ອງນັກສຶກສາ ໃນຕອນທ້າຍວາລະ ໄດ້ມີການຜ່ານຂໍ້ຕົກລົງການຍ້ອງຍໍຜົນງານການເຄື່ອນໄຫວຂອງຄູອາຈານທີ່ມີຜົນງານພົ້ນເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ 15 ປີທີ່ຜ່ານມາ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດັ່ງກ່າວ
ວາລະທີ 2 ມອບ-ຮັບປະກາດສະນິຍະບັດ ພິທີໄດ້ຜ່ານບົດລາຍງານການຮຽນການສອນໃນສົກຮຽນ 2023-2024 ໂດຍທ່ານ ສຸກຂະສະຫວາດ ວົງຫາຈັກ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ ຕໍ່ມາພິທີໄດ້ຜ່ານຂໍ້ຕົກລົງແລະມອບໃບຍ້ອງຍໍໃຫ້ແກ່ນັກສຶກສາທີ່ມີຜົນງານດີເດັ່ນໃນຕະຫຼອດການສຶກສາຮ່ຳຮຽນ ພ້ອມທັງຜ່ານຂໍ້ຕົກລົງລັດຖະມົນຕີກະຊວງສຶກສາທິການແລະກິລາວ່າດ້ວຍການຈົບການສຶກສາຂອງນັກສຶກສາສົກຮຽນ 2023-2024 ພ້ອມທັງການມອບ-ຮັບໃບປະກາສະນີຍະບັດຈາກທ່ານປະທານກອງປະຊຸມ
ໃນຕອນທ້າຍທ່ານປະທານກອງປະຊຸມໄດ້ໃຫ້ຄຳໂອວາດແກ່ນັກສຶກສາຜູ້ສຳເລັດການສຶກສາ ປະຈຳປີ 2023-2024 ໂດຍທ່ານເນັ້ນເຖິງບົດບາດ ແລະ ພາລະໜ້າທີ່ໃນການ ນຳໃຊ້ຄວາມຮູ້ ຄວາມຮູ້ຄວາມສາມາດທີ່ເກີດຈາກໝາກຜົນແຫ່ງການສຶກສາຮຽນຮູ້ຂອງຕົນຢ່າງຕັ້ງໜ້າພັດທະນາການສຶກສາ ກໍ່ຄືການສ້າງສາພັດທະນາປະເທດຊາດ ຫຼັງຈາກນັ້ນຕົວແທນນັກສຶກສາໄດ້ຂຶ້ນຮັບຄຳໂອວາດ ແລະ ພິທີໄດ້ປິດລົງໃນເວລາ 11:40 ນາທີ

Leave a Comment

Your email address will not be published. Required fields are marked *

Scroll to Top