ວັນທີ 17 ທັນວາ 2024 ທີ່ຜ່ານມາ ຄະນະວິໄຈຈາກວິທະຍາໄລຄູຄັງໄຂໄດ້ລົງເຮັດວຽກເກັບກຳຂໍ້ມູນວິໄຈ ທີ່ວິທະຍາໄລຄູປາກເຊ ປະຖົມສາທິດ ແລະ ໂຮງຮຽນເຄືອຂ່າຍ ໂດຍໃຫ້ກຽດຕ້ອນຮັບໂດຍທ່ານ ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊພ້ອມຄະນະນ ມີທ່ານ ຫົວໜ້າຫ້ອງການ ພະແນກພາກວິຊາເຂົ້າຮ່ວມ ພ້ອມດ້ວຍທ່ານຄູອາຈານຈຳນວນໜຶ່ງ ໃນສ່ວນຂອງວິທະຍາໄລຄັງໄຂ ແມ່ນນຳໂດຍທ່ານ ສຸຈັນທອງ ຈັນທະວົງຜູ້ອຳນວຍການວິທະຍາໄລຄູຄັງໄຂ ພ້ອມທີມງານວິໄຈ

ໃນວາລະປະຊຸມທ່ານຜູ້ອຳນວຍການວິທະຍາໄລຄູປາກເຊ ໄດ້ລາຍງານສະພາບການຈັດການຮຽນການສອນຂອງວິທະຍາໄລຄູປາກເຊ ພ້ອມການຢືຢາມຖາມຂ່າວ ແລກປ່ຽນຄວາມເຫັນຂອງສອງຝ່າຍກ່ຽວກັບການຈັດການຮຽນການສອນ ແລະ ຕອບສະໜອງຂໍ້ມູນທີ່ຈຳເປັນສຳລັບການວິໄຈ ເຊິ່ງຈຸດປະສົງຂອງການເດີນທາງຄັ້ງນີ້ ແມ່ນການລົງມາເກັບກຳຂໍ້ມູນສຳລັບການວິໄຈ ເພື່ອພັດທະນາການຮຽນການສອນສຳລັບຊັ້ນປະຖົມສຶກສາ


