ວັນທີ 19 ທັນວາ 2024 ວິທະຍາໄລຄູປາກເຊ ໄດ້ລົງນາມບັນທຶກຂໍ້ຕົກລົງ ຄວາມເຂົ້າໃຈທາງດ້ານວິຊາການ ກັບ ມະຫາວິທະຍາໄລ ຣາຊະພັດອຸບົນ ລາຊະອານາຈັກໄທ ມີ ທ່ານ ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ຮ່ວມກັບທ່ານ ຮອງສາສະດາຈານ ທຳມະລັກ ລະອອງນວນ ອະທິການບໍດີມະຫາວິທະຍາໄລຣາຊະພັດອຸບົນ ມີຜູ້ບໍລິການ ຄະນາຈານ ແລະ ບຸກຄະລາກອນທັງສອງຝ່າຍ ຮ່ວມເປັນສັກຂີພະຍານ ເຊິ່ງພິທີຄັງນີ້ ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລລາຊະພັດອຸບົນ
ໂດຍຄວາມຮ່ວມືໃນຄັ້ງນີ້ ມີໄລຍະເວລາ 5 ປີ ພາຍໃຕ້ຂໍ້ຕົກລົງຮ່ວມກັນແລກປ່ຽນດ້ານວິຊາການ ດ້ານກິລາ ການຝຶກອົບຮົມບຸກຄະລາກອນ ການຄົ້ນຄວ້າ ການວິໄຈ ການພັດທະນາປະສິດທິພາບ ບຸກຄະລາກອນ ການແລກປ່ຽນທາງດ້ານສິລະປະ ວັດທະນະທຳ ເຊິ່ງຈະເປັນປະໂຫຍດ ຕໍ່ທັງສອງຝ່າຍ ແລະ ພ້ອມທັງເປັນການພັດທະນາຄວາມສຳພັນອັນດີລະຫວ່າງສອງຝ່າຍ ແລະ ຄວາມສຳພັນຂອງທັງສອງປະເທດ





