ບັນຍາຍພິເສດ ຫົວຂໍ້: ທັກສະການສື່ສານ ເພື່ອການສອນ ໃຫ້ນັກຮຽນປະທັບໃຈ

ການບັນຍາຍໄດ້ຈັດຂຶ້ນ ວັນທີ 6 ທັນວາ 2024 ທີ່ວິທະຍາໄລຄູປາກເຊ ໃຫ້ກຽດບັນຍາຍໂດຍທ່ານ ປທ ທອງດີ ພົມມະວົງສາ ຜູ້ອຳນວຍການສູນຝຶກທັກສະ ນັກເວົ້າ ແລະ ນັກຂຽນ ແລະ ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ໂດຍມີທ່ານ ສຸລິຈັນທຳມະວົງແສງ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍພະນັກງານຄູອາຈານເຂົ້າຮ່ວມ ນອກນັ້ນຍັງມີທ່ານ ພັນມະຫາ ຫົວໜ້າຂະແໜງພັດທະນາຄູ ຈາກພະແນກສຶກສາແຂວງ ແລະ ຄູອາຈານໂຮງຮຽນປະຖົມ ມັດທະຍົມພາຍໃນເມືອງປາກເຊເຂົ້າຮ່ວມ

Leave a Comment

Your email address will not be published. Required fields are marked *

ຂໍ້ຄວາມທີ່ທ່ານສາມາດເພີ່ມໃນ Footer!

Scroll to Top