ກຸອງປະຊຸມ

ຂ່າວສານ

ພິທີມອບ-ຮັບໃບຢັ້ງຢືນປ້ອງກັນຄວາມສະຫງົບດີ ແລະ ໃບຍ້ອງຍໍໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ໃຫ້ແກ່ວິທະຍາໄລຄູປາກເຊ, ຄັ້ງວັນທີ 12 ກຸມພາ 2025.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນພຸດ ທີ 12 ກຸມພາ 2025 ເວລາ 02:00 ທີ່ສະໂມສອນວິທະຍາໄລຄູປາກເຊ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ພັອ ວິຊຽນ ດວງຄຳ, ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປ.ກ.ສ ແຂວງ​ຈຳປາສັກ. ທ່ານ […]

ຂ່າວສານ

ກອງປະຊຸມເຜີຍແຜ່ເຄື່ອງມືກັບກຳຂໍ້ມູນມາດຖານການສອນສຳລັບຄູ ໃນສະຖານການສ້ງຄູ

ກອງປະຊຸມໄດ້ຈັດຂຶ້ນ ວັນທີ 03 ກຸມພາ 2025 ທີ່ສະໂມສອນວິທະຍາໄລຄູປາກເຊໂດຍການເປັນປະທານຂອງທ່ານ ປອ. ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມທ່ານຄະນະອຳນວຍການ ຫົວໜ້າພະແນກ ພາກວິຊາ ຄູອາຈານທັງໝົດເຂົ້າຮ່ວມ

ຂ່າວສານ

ວັນທີ 3 ກຸມພາ 2025 ວິທະຍາໄລຄູປາກເຊໄດ້ຈັດພີທີປະຖາກະຖາ ວັນປະຫວັດສາດທີ່ສຳຄັນ

ພິທີໄດ້ຈັດຂຶ້້ນທີ່ສະໂມສອນໃຫຍ່ວິທະຍາໄລຄປາກເຊ ໂດຍການເປັນປະທານ ຂອງທ່ານຜູ້ອຳນວຍການ ພ້ອມຄະນະ ມີທ່ານ ຫົວໜ້າພະແນກ ພາກວິຊາ ຄູອາຈານ ແລະ ນັກສຶກສາທັງໝົດເຂົ້າຮ່ວມ ພິທີໄດ້ຜ່ານເອກະສານ ວັນປະຫວັດສາດທີ່ສຳຄັນ 2 ສະບັບຄື – ມູນເຊື້ອກອງທັບປະຊາຊົນລາວ 20/02/1959-01/01/2025 – ວັນສາທາລະນະລັດກູບາ 01/01/1959-01/01/2025

ຂ່າວສານ

ກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ ເພື່ອກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VIII ຄະພັກຮາກຖານ ວິທະຍາໄລຄູປາກເຊ

ກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ ເພື່ອກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VIII ຄະພັກຮາກຖານ ວິທະຍາໄລຄູປາກເຊ, ແຂວງຈໍາປາສັກ, ຄັ້ງວັນທີ 27 ທັນວາ 2024. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຂອງວິທະຍາໄລຄູປາກເຊ ເວລາ 8:00 ຂອງວັນທີ 27 ທັນວາ 2024. ໄດ້ຮັບກຽດເຂົ້າຮ່ວມ ແລະ

Scroll to Top