ວັນທີ 15 ທັນວາ 2025 ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມຄະນະອຳນວຍການ ຫົວໜ້າພະແນກ ພາກວິຊາ ພະນັກງານ-ຄູອາຈານຕ້ອນຮັບ ແລະ ແລກປ່ຽນບົດຮຽນ ການຈັດການຮຽນການສອນ ແລະ ບໍລິຫານຄຸ້ມຄອງການສຶກສາ ກັບວິທະຍາໄລຄູບ້ານເກິນ ນຳໂດຍທ່ານ ທ່ານ ອາຈານ ຈັນທະມາລາ ສູທຳມະວົງ ຜູ້ອຳນວຍການ ວິທະຍາໄລຄູບ້ານເກີນ ພ້ອມຄະນະທີມງານແລກປ່ຽນ
ທັງສອງວິທະຍາໄລຄູ ໄດ້ແລກປຽນຫຼາຍບັນຫາທີ່ສຳຄັນ ກ່ຽວການຈັດການຮຽນການສອນ ແລະ ບໍລິຫານຄຸ້ມຄອງການສຶກສາ ທີ່ກ່-ວຂ້ອງກັບ ວຽກຈັດຕັ້ງ ພະນັກງານ ກວດກາປະເມີນຄຸນນະພາບ ວຽກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ ວຽກບໍລິການການເງິນ ພ້ອມວຽກງານ ການສິດສອນ ຂອງແຕ່ລະພາກວິຊາ
