ພິທີລົງນາມຮ່ວມມືທາງວິຊາການ ດ້ານການສຶກສາຄູລະຫວ່າງ ກົມສ້າງຄູ (ວິທະຍາໄລຄູ 8 ແຫ່ງ) ສປປ ລາວ ກັບມະຫາວິທະຍາໄລ ຣາຊພັດຊຽງລາຍ ຣາຊະອານາຈັກໄທ ທີ່ ວິທະຍາໄລຄູປາກເຊ

 

ວັນທີ 6 ເມສາ 2026 ທີ່ວິທະຍາໄລຄູປາກເຊ (ວຄປ) ແຂວງຈໍາປາສັກ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈໍາການຮ່ວມມືທາງດ້ານວິຊາການ ລະຫວ່າງ ກົມສ້າງຄູ (ວິທະຍາໄລຄູ 8 ເເຫ່ງ ຄື: ວິທະຍາໄວຄູຫຼວງພະບາງ, ວິທະຍາໄລຄູຫຼວງນໍ້າທາ, ວິທະຍາໄລຄູຄັງໄຂ. ວິທະຍາໄລຄູບ້ານເກີນ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູສາລະວັນ ແລະ ວິນະຍາໄລຄູປາກເຊ) ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ (ສປປ ລາວ) ແລະ ມະຫາວິນະຍາໄລຣາດຊະພັດຊຽງລາຍ ຣາຊະອານາຈັກໄທ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸກຂາສະຫວາດ ວົງຫາຈັກ ຮັກສາການຜູ້ອໍານວຍການ ວິທະຍາໄລຄູປາກເຊ, ທ່ານ ນະວິນ ພົມໃຈສາ ຮອງອະທິການບໍດີມະຫາວິທະຍາໄລຣາດຊະພັດຊຽງລາຍ, ມີຜູ້ອໍານວຍການຂອງວິທະຍາໄລຄູ 8 ແຫ່ງ, ຄູ-ອາຈານ ວຄປ, ທ່ານ ອະດີດຜູ້ອຳນວຍການ ມີແຂກເຊີນ ຈາກພະແນກການຕ່າງປະເທດ ສຶກສາທິການ ແລະ ກິລາແຂວງ ແລະ ຄູອາຈານຈາກມະຫາວິທະຍາໄລຣາຊະພັດຊຽງລາຍເຂົ້າຮ່ວມ.
ສໍາລັບເນື້ອໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ວິທະຍາໄລຄູ 8 ເເຫ່ງ (ວິທະຍາໄວຄູຫຼວງພະບາງ, ວິທະຍາໄລຄູຫຼວງນໍ້າທາ, ວິທະຍາໄລຄູຄັງໄຂ. ວິທະຍາໄລຄູບ້ານເກີນ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູສາລະວັນ ແລະ ວິນະຍາໄລຄູປາກເຊ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ແລະ ມະຫາວິນະຍາໄລຣາຊະພັດຊຽງລາຍ ຣາຊະອານາຈັກໄທ ແມ່ນມີຈຸດປະສົງເພື່ອຍົກສູງການຮ່ວມມືທາງດ້ານວິຊາການ ສົ່ງເສີມ, ພັດທະນາ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການຂອງທັງສອງຝ່າຍ, ໂດຍສະເພາະການ ພັດທະນາບຸກຄະລາກອນ, ການສ້າງຫຼັກສູດ, ການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີສະໄໝໃໝ່ໃນ ລະບົບການສຶກສາ, ການບໍລິຫານຈັດການສະຖາບັນການສຶກສາ ແລະ ການຄົ້ນຄວ້າວິໄຈແຜນວິຊາການ ແລະ ອື່ນໆ ທີ່ເປັນປະໂຫຍດຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມເພື່ອສ້າງໂອກາດ ແລະ ສັກກະຍະພາບໃນການເຊື່ອມໂຍງການສຶກສາລະຫວ່າງທັງສອງຝ່າຍ ເພື່ອພັດທະນາ ຕາມຂີດຄວາມສາມາດທີ່ບໍ່ກະພົນຕໍ່ນະໂຍບາຍການຕ່າງປະເທດຂອງຝ່າຍໃດຝ່າຍໜຶ່ງ, ເພື່ອສົ່ງເສີນການແລກປ່ຽນດ້ານວັດທະນາທໍາ, ການເດີນທາງ, ການທ່ອງທ່ຽວໃນລະດັບທ້ອງຖິ່ນຂອງທັງສອງຝ່າຍ ແລະ ການຮວມມືດ້ານວິຊາການ ຄື:
1. ການພັດທະນາຫຼັກສູດໃນສາຂາຕ່າງໆທີ່ເໝາະສົມຮ່ວມກັນ.
2. ຍົກລະດັບບຸກຄະລາກອນທາງດ້ານວຸດທິການສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.
3. ຝຶກອົບຮົມ ແລະ ທັດສະນະສຶກສາເພື່ອແລກປ່ຽນປະສົບການ, ແລະ ສົ່ງເສີມ ສັກກາຍະພາບຂອງບຸກຄະລາກອນໃນດ້ານການບໍລິຫານການສຶກສາ, ການບໍລິຫານອົງກອນ, ແລະ ວຽກງານອື່ນໆຢ່າງເໝາະສົມ.
4. ສ້າງ ຄວາມເຂັ້ມແຂງທາງດ້ານວິຊາການກ່ຽວກັບການຮັບປະກັນຄຸນນະພາບການສຶກສາ,
5. ການຮ່ວມມືດ້ານການຄົ້ນຄາວິໄຈ, ແລະ ການເຜີຍແຜ່ຜົນງານວິໄຈຮ່ວມກັນ
6. ການພັດທະນາດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຊັ່ນ: ການເຊື່ອມໂຍງຫ້ອງສະໝຸດ, ສື່ການສອນຮຽນ, ຜ່ານລະບົບເຕັກໂນໂລຊິເອເລັກໂຕຣນິກເພື່ອນໍາໃຊ້ໃນການສຶກສາ.
#ໃຫ້ກຽດລົງນາມເຊັນບົດບັນທຶກ ຕ່າງໜ້າມະຫາວິທະຍາໄລຄູ 8 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ນະຊາຊົນລາວ ໂດຍທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າມະຫາວິທະຍາໄລຣາດຊະພັດຊຽງຮາຍຣາຊະອານາຈັກໄທທ່ານ ນະວິນ ພົມໃຈສາ ຮອງອະທິການບໍດີມະຫາວິທະຍາໄລຣາດຊະພັດຊຽງລາຍ. ໃຫ້ກຽດເປັນສັກຂີພະຍານຂອງຜູ້ແທນກອງປະຊຸມ.
ຕໍ່ຈາກນັ້ນທັງສອງຝ່າຍກໍ່ໄດ້ກໍ່ໄດ້ຢ້ຽມຊົມໂຮງຮຽນມັດທະຍົມສາທິດ ແລະ ໂຮງຮຽນ ປະຖົມສາທິດອີກດ້ວຍ.

Leave a Comment

Your email address will not be published. Required fields are marked *

ຂໍ້ຄວາມທີ່ທ່ານສາມາດເພີ່ມໃນ Footer!

Scroll to Top