ວິທະຍາໄລຄູປາກເຊຕ້ອນຮັບການຢ້ຽມຢາມແລກປ່ຽນບົດຮຽນຈາກຄະນະວິທະຍາສາດ ມະຫາວິທະຍາໄລຣາຊະພັດອຸບົນຣາຊະທານີ

ວັນທີ 18 ທັນວາ 2025 ທ່ານ ສຸກຂະສະຫວາດ ວົງຫາຈັກ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມຄູອາຈານ ພາກວິຊາ ຟີຊິກສາດ-ຄະນິດສາດ ຕ້ອນຮັບ ຜສ. ດຣ ເສີດ ຂຽນນອກ ຮອງອະທິການບໍດີມະຫາວິທະຍາໄລຣາຊະພັດອຸບົນຣາຊະທານີ ມີທ່ານ ຜສ. ດຣ ພະຄະວັດ ວົງວັນນະວັດທະນາ ຄະນະບໍດີ ຄະນະວິທະຍາສາດ ພ້ອມ ຄະນະອາຈານ ຈາກຄະນະວິທະຍາສາດ ມະຫາວິທະຍາໄລຣາຊະພັດ ອຸບົນຣາຊະທານີ ໂດຍຈຸດປະສົງໃນການຢ້ຽມຢາມ ແມ່ນເພື່ອ ພົບປະຄູອາຈານ ພາກວິຊາ ຟີຊິກສາດ-ຄະນິດສາດ ເພື່ອແລກປ່ຽນບົດຮຽນ ປຶກສາຫາລື ເພື່ອເສີມຂະຫຍາຍ ຄວາມຮ່ວມມືທາງດ້ານວິຊາການ ທັງສອງຝ່າຍ

Leave a Comment

Your email address will not be published. Required fields are marked *

ຂໍ້ຄວາມທີ່ທ່ານສາມາດເພີ່ມໃນ Footer!

Scroll to Top