ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍທະຫານເພື່ອໄປສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ IV ທີ່ວິທະຍາໄລຄູປາກເຊ

ວັນທີ 16 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV ຢ່າງເປັນທາງການ ຢູ່ວິທະຍາໄລຄູປາກເຊ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ມີຄະນະນຳ ແຂວງຈຳປາສັກ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການວິທະຍາໄລຄູ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ແຂວງຄຳມ່ວນ ຕະຫຼອດຮອດພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ການເຝິກອົບຮົມໃນຄັ້ງນີ້ ມີສຳມະນາກອນເຂົ້າຮ່ວມ ທັງໝົດ 76 ສະຫາຍ, ຍິງ 1 ສະຫາຍ ໃນນີ້, ມາຈາກກອງບັນຊາການທະຫານແຂວງຈຳປາສັກ 13 ສະຫາຍ, ເຊກອງ 6 ສະຫາຍ, ສາລະວັນ 18 ສະຫາຍ, ອັດຕະປື 16 ສະຫາຍ, ສະຫວັນນະເຂດ 14 ສະຫາຍ ແລະ ແຂວງຄຳມ່ວນ 8 ສະຫາຍ, ແບ່ງອອກເປັນ 3 ຫ້ອງ, ຫ້ອງລະ 20-23 ສະຫາຍ, ໃຊ້ຄູເຝິກຈາກວິທະຍາໄລຄູປາກເຊ ຫ້ອງລະ 6 ສະຫາຍ, ເຊິ່ງຈະໃຊ້ເວລາ ທັງໝົດ 84 ຊົ່ວໂມງ ໂດຍເລີ່ມແຕ່ວັນທີ 16-27 ທັນວາ 2025 ຈຶ່ງສໍາເລັດຕາມແຜນການ.

Leave a Comment

Your email address will not be published. Required fields are marked *

ຂໍ້ຄວາມທີ່ທ່ານສາມາດເພີ່ມໃນ Footer!

Scroll to Top