ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025 ທີ່ຫ້ອງປະຊຸມ P01 ໂດຍມີທ່ານ ນາງ ສຸດສະດາ ວົງບັນດິດ ເປັນປະທານ ມີ ທ່ານ ນາງ ວິສັງຂານ ພໍບຸບຜາ ຫົວໜ້າພະແນກປະເມີນຜົນກົມສ້າງຄູ ພ້ອມດ້ວຍວິຊາການ ຈາກກົມສ້າງຄູ ແລະ ວິທະຍາໄລຄູປາກເຊ ເຂົ້າຮ່ວມ ໂດຍກອງປະຊຸມມີຈຸດປະສົງເພື່ອຕິດຕາມ ເກັບກຳຂໍ້ມູນ ການຈັດຕັ້ງປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງສະຖາບັນສ້າງຄູ ພ້ອມທັງທົດສອງເຄື່ອງມືເກັບກຳຂໍ້ມູນອີກດ້ວຍ
