ກອງປະຊຸມຜ່ານບົດສະຫຼຸບ ແລະ ປະເມີນວຽກງານປ້ອງກັນຄວາມສະຫງົບປະຈຳປີ 2024 ຄັງວັນທີ 7 ພະຈິກ 2024
ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນປະທານຂອງທ່ານ ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ພັທ ພວງເພັດ ໂສພາ ຮອງພະແນກ 200 ຂອງ ປກສ ແຂວງ ແລະ ຄະນະຮັບຜິດຊອບ ພ້ອມດ້ວຍ ທ່ານ ຄະນະອຳນວຍການ ຫົວໜ້າພະແນກ ພາກວິຊາ ຄະນະປ້ອງທີ່ຕັ້ງ ວຄປ ແລະ ຫົວໜ້າຈຸປ້ອງກັນເຂົ້າຮ່ວມ



ກອງປະຊຸມໄດ້ຜ່ານບົດສະຫຼຸບ ແລະ ປະເມີນວຽກງານປ້ອງກັນປະຈຳປີ 2024 ໂດຍຫົວໜ້າໜ່ວຍງານປ້ອງກັນທີ່ຕັ້ງວິທະຍາໄລຄູປາກເຊ ໄດ້ລາຍງານສະພາບການຕ່າງ ໆ ໃນການເຄື່ອນໄຫວວຽກງານປ້ອງກັນຂອງວິທະຍາໄລຄູປາກເຊ ພ້ອມທັງແຜນການເຄື່ອນໄຫວ ຈາກນັ້ນກອງປະຊຸມໄດ້ປະກອບຄຳເຫັນຕໍ່ກັບບົດສະຫຼຸບ ແລະ ບົດລາຍງານດັ່ງກ່າວ ຫຼັງຈາກນັ້ນຕອນທ້າຍກອງປະຊຸມທ່ານປະທານໃຫ້ໃຫ້ທິດຊີ້ນຳຕໍ່ກັບການຈັດຕັ້ງປະຕິບັດການເວນຍາມສະຖາບັນ ແລະ ໄດ້ປິດລົງໃນເວລາ 11:00