ກິດຈະກໍາຕອບຄໍາຖາມວິທະຍາສາດພາກວິຊາສ້າງຄູປະຖົມສຶກສາຄັ້ງວັນທີ 9 ມັງກອນ 2025

ກິດຈະກຳໄດ້ຈັດຂຶ້ນທີ່ຫ້ອງປະຊຸມຕຶກ ຜອ ໂດຍການເປັນປະທານຂອງ ທ່ານ ສຸລິຈັນ ທໍາມະວົງແສງ ຄະນະອໍານວຍການ ວຄປຊ. ມີທ່ານ ນາງ ສີວິໄລ ພຣົມມະຈັນ ຫົວຫນ້າພະແນກວິຊາການເປັນຄະນະ , ທ່ານ ນາງ ປະກາຍເພັດ ເມກຈອນ ຫົວພາກວິຊາສ້າງຄູປະຖົມສຶກສາເປັນຄະນະ, ພ້ວມດ້ວຍຄູສອນໃນພາກວິຊາ ແລະ ນັກສຶກສາທັງໝົດເຂົ້າຮ່ວມ
ໃນນັ້ນ, ໄດ້ມີກິດຈະກໍາການແຂ່ງຂັນຕອບຄໍາຖາມກ່ຽວກັບຄວາມຮູ້ອ້ອມຕົວ ໂດຍມີຕົວແທນຈາກແຕ່ລະຫ້ອງເຂົ້າແຂ່ງຂັນ ແລະ ຜົນການແຂ່ງຂັນ ແມ່ນ ຫ້ອງ 1ປະຖົມສູງໄດ້ອັນດັບ 1 , 2 ປະຖົມສູງ ໄດ້ອັນກັບ 2 ແລະ 1 ປະຖົມ ແຕ່ ໄດ້ອັນກັບ 3. ເຊິ່ງກິດຈະກຳດັ່ງກ່າວເປັນກິດຈະກຳສົ່ງເສີມຄວາມຮູ້ທາງວິຊາການຈະໄດ້ຊ່ວຍເສີມສ້າງຄວາມຮູ້ຂອງນັກສຶກສາ ສ້າງຄວາມສາມັກຄີ ເກີດຄວາມກະຕືລືລົ້ນໃນການຮຽນຮູ້.

Leave a Comment

Your email address will not be published. Required fields are marked *

Scroll to Top