ພິທີປາຖະກະຖາຄົບຮອບວັນຄ້າຍວັນເກີດ ທ່ານ ປະທານໄກສອນ ພົມວິຫານ ຄົບຮອບ 104 ປີ

ພິທີໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປອ. ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ທ່ານຄະນະອຳນວຍການ ຫົວໜ້າພະແນກພາກວິຊາ ຄູອາຈານ ແລະ ນັກສຶກສາທັງໝົດເຂົ້າຮ່ວມ
ໃນພິທີ ທ່ານ ຜູ້ອຳນວຍການໄດ້ຜ່ານເອກະສານປະຫວັດການເຄື່ອນໄຫວຂອງປະທານໄກສອນພົມວິຫານ ເຊິ່ງສະແດງເຖິງ ການນຳພາອັນສະຫຼາດສ່ອງໃສ ຄວາມມີໄຫວພິບ ຄວາມອົງອາດກ້າຫານຂອງປະທານໄກສອນ ໃນພາລະກິດການຕໍ່ສູ້ ກູ້ຊາດນຳພາປະເທດຊາດອອກຈາກຈັກກະພັດ ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ເຊິ່ງໄດ້ເປັນບົດຮຽນອັນລ້ຳຄ່າໃຫ້ແກ່ ນັກຮຽນນັກສຶກສາ ພະນັກງານຮຸ່ນສືບທອດເອົາເປັນແບບຢ່າງຕໍ່ກັບນຳ້ໃຈຮັກຊາດ ແລະ ຄວາມເສຍສະຫຼະຕໍ່ປະເທດຊາດບ້ານເມືອງຂອງທ່ານ

Leave a Comment

Your email address will not be published. Required fields are marked *

Scroll to Top