ພິທີໄດ້ຈັດຂຶ້ນທີ່ສະໂມສອນ ວິທະຍາໄລຄູປາກເຊ ໃຫ້ກຽດເປັນປະທານຂອງທ່ານ ສຸກຂະສະຫວາດ ວົງຫາຈັກ ຮອງຜູ້ອຳຮວຍການວິທະຍາໄລຄູປາກເຊ ພ້ອມດ່ວຍການເຂົ້າຮ່ວມຂອງທ່ານ ຄຳຢາດ ເຄື່ອງຄຳສີ ຜູ້ອຳນວຍການ ມັດທະຍົມສາທິດ ພ້ອມດ້ວຍພະນັກງານຄູສອນ ທີ່ສອນໃນມັດທະຍົມສາທິເຂົ້າຮ່ວມນອກນີ້ຍັງມີ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ
ພິທີໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງ ວັນຄູແຫ່ງຊາດ ທີ່ຈະວຽນມາຄົບຮອບ 30 ປີ ພ້ອມດ້ວຍການອ່ານສານອວຍພອນຈາກນຕົວແທນນ້ອງນັກຮຽນ ແລະ ການມອບດອກໄມ່ ແລະ ຂອງຂວັນຂອງນ້ອງນັກຮຽນ ໃຫ້ແກ່ຄູອາຈານຂອງຕົນ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄວາມທຸ້ມເທເຮື່ອແຮງສະຕິປັນຍາ ໃນການສິດສອນ





ໃນຕອນທ້າຍ ພິທີໄດ້ຮັບຟັງຄຳໂອວາດ ຈາກທ່ານປະມານ ເຊິງທ່ານໄດ້ເນັ້ນເຖິງພາບົດບາດຂອງຄູໃນການສຶກສາ ອົບຮົມ ສັ່ງສອນ ທີ່ຍາມໃດ ກໍ່ມີຄວາມສຳຄັນໃນການາສ້າງຊັບພະຍາການມະນຸດຕັ້ງແຕ່ອະດີດຈົນຮອດປະຈຸບັນ