ວັນທີ 8 ມັງກອນ 2025 ທີ່ຜ່ານມາ ທ່ານ ສຸລິຈັນ ທຳມະວົງແສງ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍພະນັກງານຄູອາຈານຈຳນວນໜຶ່ງ ໄດ້ໄດ້ເດີນທາງໄປມອບເຄື່ອງຄອມພິວເຕີ ຈຳນວນ 2 ຊຸດໃຫ້ແກ່ປະຖົມພະລິງ ເມືອງໂພນທອງ ແຂວງຈຳປາສັກ ອີງຕາມການສະເໜີຈາກທ່ານຜູ້ອຳນວຍການປະຖົມພະລິງ ອີງຕາມຄວາມຮຽກຮ້ອງຕ້ອງການ ໃນວຽກງານການຮຽນການສອນ ວິທະຍາໄລຄູປາກເຊ ຈຶ່ງໄດ້ຈັດສັນຊຸດຄອມພິວເຕີຈຳນວນ 2 ຊຸດ ເພື່ອປະກອບສ່ວນຊ່ວຍເຫຼືອຕາມການສະເໜີ ເພື່ອໃຫ້ເປັນການຮັບໃຊ້ວຽກງານການສຶກສາຕາມແຜນນະໂຍບາຍຂອງພັກ-ລັດຖະບານໃຫ້ມີການນຳໃຊ້ເຄື່ອງເມືອໄອຊີທີ ເຕັກນິກທີ່ທັນສະໄໝໃນການຮຽນການສອນ ກໍ່ຄືວຽກສິດສອນຂອງຄູໃຫ້ມີປະສິດທິພາບດີຂຶ້ນເທື່ອລະກ້າວ
ນອກຈາການມອບເຄື່ອງຄອມພິວເຕີແລ້ວ ທັງສອງຝ່າຍຍັງໄດ້ຮ່ວມກິດຈະກຳບານສົ່ງ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນຄວາມສາມັກຄີ ມີການສົນທະນາແລກປ່ຽນທາງດ້ານວິຊາການອີກດ້ວຍ





