ໃນຕອນເຊົ້າຂອງວັນທີ 27.1.2025 ເວລາ 08:30 ທີ່ ຫ້ອງປະຊຸມຊັ້ນ II ຂອງ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ວິທະຍາໄລຄູ 8 ແຫ່ງ ໃນທົ່ວ ສປປລາວ ໃຫ້ກຽດເປັນປະທານໃນພິທີຄັ້ງນີ້ໂດຍ ທ່ານ ຮສ.ນາງ ວົງເດືອນ ໂອໃສ ວ່າການຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໂດຍມີຜູ້ອຳນວຍການຈາກ 8 ວິທະຍາໄລເຂົ້າຮ່ວມຄື ຄື: ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ປາກເຊ, ວິທະຍາໄລຄູ ສາລະວັນ, ວິທະຍາໄລຄູ ບ້ານເກິນ, ວິທະຍາໄລຄູ ດົງຄໍາຊ້າງ, ວິທະຍາໄລຄູ ຫຼວງພະບາງ, ວິທະຍາໄລຄູ ຄັງໄຂ ແລະ ວິທະຍາໄລຄູ ຫຼວງນໍ້າທາ ວ່າດ້ວຍການຮ່ວມມືທາງດ້ານການບໍລິຫານ-ຄຸ້ມຄອງ ແລະ ວິຊາການ.

Cr: savannakhet teacher training college