ພິທີມອບ-ຮັບໃບຢັ້ງຢືນປ້ອງກັນຄວາມສະຫງົບດີ ແລະ ໃບຍ້ອງຍໍໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ໃຫ້ແກ່ວິທະຍາໄລຄູປາກເຊ, ຄັ້ງວັນທີ 12 ກຸມພາ 2025.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນພຸດ ທີ 12 ກຸມພາ 2025 ເວລາ 02:00 ທີ່ສະໂມສອນວິທະຍາໄລຄູປາກເຊ.
ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ
ທ່ານ ພັອ ວິຊຽນ ດວງຄຳ, ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປ.ກ.ສ ແຂວງ​ຈຳປາສັກ. ທ່ານ ພັທ ປະຫວັດ ວໍລະໄຊ, ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປ.ກ.ສ ແຂວງ​ຈຳປາສັກ ແລະ ທ່ານ ປອ ສົມໄຊ ເທບສົມບັດ, ຜູ້ອຳນວຍການວິທະຍາໄລຄູປາກເຊ ເປັນຄະນະ. ນອກຈາກນັ້ນກໍ່ຍັງມີບັນດາທ່ານຄູອາຈານ ແລະ ນັກສຶກສາວິທະຍາໄລຄູປາກເຊເຂົ້າຮ່ວມ.
ພາຍໃນພິທີ, ສະມາຊິກກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຂອງວິທະຍາໄລຄູປາກເຊ ໃນໄລຍະ 1 ປີທີ່ຜ່ານມາ ແລະ ຍັງໄດ້ມີການມອບ-ຮັບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ສະຖາບັນ ແລະ ພະນັກງານຢ່າງສົມກຽດ.
ພິເສດ, ສະມາຊິກກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກປະທານກອງປະຊຸມໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບໃນປີຕໍ່ໄປເພື່ອໃຫ້ໄດ້ຮັບໝາກຜົນທິ່ດີລື່ນເກົ່າ.

Leave a Comment

Your email address will not be published. Required fields are marked *

Scroll to Top