ວັນທີ 18 ພະຈິກ 2024 ວິທະຍາໄລຄູປາກເຊໄດ້ຕ້ອນຮັບການ ຄະນະຈານ ບັນດິດວິທະຍາໄລ ມະຫາວິທະຍາໄລຣາຊະພັດອຸບົນຣາຊະທານີ
ໃຫ້ກຽດຕ້ອນຮັບຄະນະຈານບັນດິດວິທະຍາໄລມະຫາວິທະຍາໄລຣາຊະພັດອຸບົນອຸບົນຣາຊະທານີໂດຍທ່ານ ສຸລິຈັນ ທຳມະວົງແສງ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ ທ່ານ ຄະນະອຳນວຍການ ທ່ານຫົວໜ້າພະແນກ ພາກວິຊາ ແລະ ຄູອາຈານ
ການມາຢ້ຽມຢາມຂອງຄະນະຈານບັນດິດວິທະຍາໄລມະຫາວິທະຍາໄລຣາຊະພັດອຸບົນອຸບົນລາຊະທານີ ແມ່ນເປັນໄປຕາມໂຄງການເຊື່ອມຄວາມສຳພັນ ແລະ ແນະແນວທາງການສຶກສາ ທີ່ທາງບັນດິດວິທະຍາໄລໄດ້ສະເໜີ ແລະ ມອບທຶນການສຶກສາໃຫ້ແກ່ຄູອາຈານວິທະຍາໄລຄູປາກເຊ ໃນການຍົກລະດັບຄວາມຮູ້ດ້ານວິຊາສະເພາະ ທີ່ໄດ້ປະຕິບັດຜ່ານມາ ທັງເປັນການແນະນຳຫຼັກສູດການສຶກສາ ການທົບທວນ ແລະ ຮັບຟັງຂໍ້ສະເໜີ ແລະ ແລກປ່ຽນກ່ຽວກັບການສຶກສາທີ່ມະຫາວິທະຍາໄລຣາຊະພັດອຸບົນອຸບົນລາຊະທານີ




